ທ່ານ ສີຈິ້ນຜິງ ພົບປະກັບ ສົມເດັດ ໂນໂລດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍ
ຕອນເຊົ້າວັນທີ 23 ກັນຍາ ນີ້, ຢູ່ນະຄອນຫາງໂຈ່ວ ແຂວງເຈີ້ຈ່ຽງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບສົມເດັດ ໂນໂລດົມ
ສີຫາໂມນີ ເຈົ້າຊີວິດກຳປູເຈຍ ທີ່ເຂົ້າຮ່ວມພິທີເປີດງານມະຫະກຳກິລາອາຊຽນເກມ ຄັ້ງທີ 19. ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ຜິງ ກ່າວເນັ້ນໜັກ
ວ່າ: ປີນີ້ເປັນປີ ຄົບຮອບ 10 ປີ ທີ່ຂ້າພະເຈົ້າສະເໜີແນວຄິດ “ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະ
ມີຄວາມໂອບເອື້ອອາລີຕໍ່ກັນ”, ສາຍພົວພັນ ຈີນ-ກຳປູເຈຍ ໂຮມສູນສະແດງໃຫ້ເຫັນເຖິງແນວຄິດນີ້ ກໍຄືຈີນຍຶດໝັ້ນໃນທິດທາງການຕ່າງປະເທດ
ກັບບັນດາປະເທດອ້ອມຂ້າງທີ່ເປັນເພື່ອນບ້ານທີ່ດີຕໍ່ກັນ, ເປັນຄູ່ຮ່ວມກັນ.
ຈີນສະໜັບສະໜູນກຳປູເຈຍເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ສະໜັບສະໜູນກຳປູເຈຍ
ບັນລຸສະຖຽນລະພາບ ແລະ ການພັດທະນາ, ສະໜັບສະໜູນກຳປູເຈຍເສີມຂະຫຍາຍບົດບາດທີ່ສຳຄັນໃນເວທີສາກົນ ແລະ ພາກພື້ນ. ສອງ
ຝ່າຍຄວນສືບຕໍ່ຊຸກຍູ້ການແລກປ່ຽນແລະຮ່ວມມືກັນໃນຂົງເຂດຕ່າງໆເຊັ່ນ: ການສຶກສາ, ວັດທະນະທຳ, ຊາວໜຸ່ມ ແລະ ອື່ນໆ, ເພື່ອເຮັດໃຫ້
ມິດຕະພາບຈີນ-ກຳປູເຈຍເຂົ້າເຖິງຈິດໃຈຂອງປະຊາຊົນ. ສົມເດັດ ໂນໂລດົມ ສີຫາໂມນີ ກ່າວວ່າ: ຈີນເຄີຍຈັດງານມະຫະກຳກິລາອາຊຽນເກມ
ຢ່າງສຳເລັດຜົນມາແລ້ວສອງຄັ້ງ, ຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຢ່າງເຂັ້ມແຂງຂອງທ່ານປະທານ ສີຈິ້ນຜິງ, ຈີນຈະສາມາດຈັດງານ
ມະໂຫລານດ້ານກິລາທີ່ໜ້າຊົມ ແລະ ປະທັບໃຈໃຫ້ກັບຊາວໂລກໄດ້ອີກຄັ້ງໜຶ່ງຢ່າງແນ່ນອນ ແລະ ປະກອບສ່ວນອັນໃໝ່ເຂົ້າໃນການສົ່ງເສີມ
ຄວາມສາມັກຄີ ແລະ ມິດຕະພາບຂອງມະຫາຄອບຄົວອາຊີ. ກຳປູເຈຍ ເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ, ຍິນດີຮ່ວມກັບຈີນຮ່ວມ
ກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ສ້າງຄູ່ຮ່ວມຊະຕາກຳ ກຳປູເຈຍ-ຈີນ. ຂໍອວຍພອນໃຫ້ມິດຕະພາບກຳປູເຈຍ-ຈີນຈົ່ງໝັ້ນຄົງຂະໜົງແກ່ນຊົ່ວກາ
ລະນານ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/09/2023